ຈີນຈັດງານສະເຫລີມສະຫລອງວັນຊາດຄົບຮອບ 63 ປີ

Standard
ຈີນຈັດງານສະເຫລີມສະຫລອງວັນຊາດຄົບຮອບ 63 ປີ

ຕາມ​ຂ່າວ​ວິ­ທະ­ຍຸ​ສາ­ກົນ ແຫ່ງ​ປະ­ເທດ​ຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ຄະ­ນະ​ລັດ­ຖະ­ມົນ­ຕີ​ຈີນ ໄດ້​ຈັດ​ງານ​ສະ­ເຫລີມ ສະ­ຫລອງ​ວັນ­ຊາດ ຄົບ­ ຮອບ 63 ປີ ໂດຍ​ມີ​ຜູ້­ນຳ​ພັກ​ກອມ​ມູ​ນິດ ແລະ ລັດ­ຖະ­ບານ​ຈີນ ແລະ ພາກ­ສ່ວນ​ຕ່າງໆ​ທາງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຈຳ­ນວນ 1.200 ຄົນ​ເຂົ້າ​ຮ່ວມ.

ທ່ານ ເວີນ​ເຈຍ​ປາວ, ນາ­ຍົກ­ລັດ­ຖະ­ມົນ­ຕີ​ຈີນ ກ່າວ​ວ່າ: ພາຍ­ຫລັງ​ຈີນ​ໄດ້​ສະ­ຖາ­ປະ­ນາ​ປະ­ເທດ​ເປັນ​ສາ​ທາ ລະ­ນະ​ລັດ ປະ­ຊາ­ຊົນ​ຈີນ ແລະ ຫລັງ​ຈາກ​ໄດ້​ດຳ­ເນີນ​ນະ­ໂຍ­ບາຍ​ການ​ປະ­ຕິ​ຮູບ ແລະ ເປີດ​ປະ­ຕູ​ສູ່​ພາຍ​ນອກ​ເປັນ­ຕົ້ນ​ມາ ເຮັດ​ໃຫ້​ບົດ­ບາດ​ແລະ​ໂສມ​ໜ້າ​ຂອງ​ຈີນ ມີ​ການ​ປ່ຽນ­ແປງ​ຢ່າງ​ຫຼວງ­ຫຼາຍ ໂດຍ​ສະ­ເພາະ​ແມ່ນ​ເສດ­ຖະ­ກິດ​ຈີນ ຈະ­ເລີນ​ເຕີບ​ໂຕ​ຂຶ້ນໆ​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນ​ນັ້ນ ຍັງ​ເຮັດ​ໃຫ້​ຊິ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ຈີນ ດີ​ຂຶ້ນ​ເລື້ອຍໆ ແລະ ມີ​ບົດ­ບາດ​ສຳ­ຄັນ​ໃນ​ເວ­ທີ​ສາ­ກົນ.

ທ່ານ ເວີນ​ເຈຍ​ປາວ ກ່າວ​ວ່າ ຈີນ​ຈະ​ຢຶດ​ໝັ້ນ​ນະ­ໂຍ­ບາຍ​ການ​ປະ­ຕິ​ຮູບ ແລະ ເປີດ​ປະ­ເທດ​ສູ່​ພາຍ​ນອກ, ລວມ​ເຖິງ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ສັນ­ຕິ­ພາບ, ເປັນ​ອິດ­ສະ­ຫຼະ ແລະ ເປັນ​ເຈົ້າ​ຕົນ​ເອງ​ຕໍ່​ໄປ, ຈະ​ປົກ​ປ້ອງ​ອະ­ທິ­ປະ​ໄຕ ແລະ ບູ­ລະ­ນະ​ດິນ­ແດນ​ຢ່າງ​ເດັດ­ ດ່ຽວ ແລະ ໝັ້ນ­ຄົງ. ຄຽງ​ຄູ່​ກັນ​ນັ້ນ ຈະ​ເພີ່ມ​ທະ­ວີ​ຮ່ວມ​ມື​ກັບ​ປະ­ເທດ​ຕ່າງໆ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ­ຊາ​ຄົມ​ໂລກ./.

Leave a comment