“ຄົນນິດໄສບໍ່ດີ” ຂອງເມລະອອງ

Standard

 

ຮຸຍໆ!!! “ ຄົນນິດໄສບໍ່ດີ” ຂອງສາວເມລະອອງສີຊານົນ ເວົ້າແບບນີ້  ບໍ່ແມ່ນສາວເມລະອອງເດີ ນີ້ເປັນພຽງຊື່ຜົນງານເພງທີ 4 ຂອງເມເທົ່ານັ້ນ.

ເມລະອອງສີຊານົນ ຫລື ຫລາຍຄົນທີ່ຮູ້ຈັກແລະຖາມ ເຖິງໃນນາມສາວນ້ອຍສຽງໃສ ຫນ້າຮັກບວກກັບນ້ຳສຽງຫວານໆ ທີ່ທີ່ຟັງຫລັງຈາກໄດ້ປ່ອຍ Single ຮິດຕິດ Chart ມາ 3 Single ຕອນນີ້ເມລະອອງ ສີຊານົນ ພ້ອມແລ້ວທີ່ຈະສ້າງສັນກັບ Single ໃຫມ່ຫລ້າສຸດມາຝາກແຟນ ເພງຂອງເຂົາກັບຜົນງານເພງທີ 4 ທີ່ມີຊື່ວ່າ: “ ຄົນນິດໄສບໍ່ດີ”.

ເມລະອອງສີຊານົນ ບອກກັບທີມງານຂ່າວບັນເທີງ ປະຈຳຫນັງສືພິມເສດຖະກິດ – ສັງຄົມວ່າ: ດ້ານດົນຕີຟັງງ່າຍ ເນື້ອຫາເຂົ້າເຖິງຄົນຟັງໄດ້ ງ່າຍກົງໄປກົງມາກັບນ້ຳສຽງອັນ   ອອ່ນຫວານໆ ແລະ ເສົ້າເຖິງ ອາລົມຂອງເມລະອອງກັບເພງ “ ຄົນນິດໄສບໍ່ດີ” ທີ່ຫນ້າຈະເປັນອີກຫນຶ່ງ ອາລົມເພງເຂົ້າເຖິງຫລາຍໆ ຄົນໄດ້ເປັນຢ່າງດີ.

“ຄົນນິດໄສບໍ່ດີ” ອີກຫນຶ່ງເພງ  ທີ່ມີຄຸນພາບຈາກຄ້າຍ   KPY En tertainment  ທາງທີມງານຂໍຝາກຜົນງານ ນີ້ແດ່ເດີ  ເພາະ  Single ສາວເມລະອອງຕັ້ງໃຈ ເຮັດແທ້ໆ ຫວັງວ່າທຸກຄົນຈະໃຫ້ການ ສະຫນັບສະຫນູນຕະຫລອດໄປ.

Leave a comment